ฉบับตรวจในเครื่อง · ข้อความจากเว็บไซต์เดิม รอบริษัทยืนยัน

ໜ້າຫຼັກ / ບໍລິການ

ບໍລິການ

ຂອບເຂດການໃຫ້ບໍລິການທີ່ປຶກສາທາງການເງິນຂອງ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ

01

ການໃຫ້ບໍລິການທາງດ້ານຕະຫຼາດທຶນ

CAPITAL MARKET FINANCIAL SERVICES

ທີ່ປຶກສາທາງການເງິນສໍາຫຼັບຈັດຫາຜູ້ຮ່ວມທຶນ

Joint Venture With Financial Partner or Strategic Partner

ຈັດຫາ ແລະ ເຈລະຈາກັບຜູ້ຮ່ວມທຶນທີ່ເໝາະສົມ ພ້ອມທັງໂຄງສ້າງການລົງທຶນທີ່ເປັນທຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ

ທີ່ປຶກສາທາງການເງິນສໍາຫຼັບການຄວບລວມກິດຈະການ

Takeover or Merger & Acquisition

ໃຫ້ຄຳປຶກສາຕັ້ງແຕ່ການປະສານງານຫາເປົ້າໝາຍ ຈົນເຖິງການປິດດີວຄວບລວມກິດຈະການ

ທີ່ປຶກສາທາງການເງິນສໍາຫຼັບການເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ

Financial Advisor for Listing in LSX

ໃຫ້ຄຳປຶກສາ ແລະ ກຽມເອກະສານຈົນເຖິງຂະບວນການເຂົ້າຈົດທະບຽນໃນ LSX ສໍາເລັດ

02

ການໃຫ້ບໍລິການທາງດ້ານຕະຫຼາດເງິນ

MONEY MARKET FINANCIAL SERVICES

ທີ່ປຶກສາທາງການເງິນສໍາຫຼັບປະສານງານຈັດຫາແຫຼ່ງເງິນກູ້

Loan Arranger

ປະສານງານກັບສະຖາບັນການເງິນ ເພື່ອຈັດຫາແຫຼ່ງທຶນກູ້ຢືມທີ່ເໝາະສົມກັບແຜນທຸລະກິດຂອງລູກຄ້າ

ທີ່ປຶກສາທາງການເງິນສໍາຫຼັບການປັບໂຄງສ້າງໜີ້

Debt Restructuring

ວິເຄາະ ແລະ ວາງແຜນປັບໂຄງສ້າງໜີ້ສິນ ເພື່ອຫຼຸດພາລະທາງການເງິນ ແລະ ເສີມສ້າງຄວາມໝັ້ນຄົງ

ທີ່ປຶກສາທາງການເງິນສໍາຫຼັບການອອກຮຸ້ນກູ້

Financial Advisor for bond

ໃຫ້ຄຳປຶກສາ ແລະ ກຽມເອກະສານຈົນເຖິງຂະບວນການຂາຍຮຸ້ນກູ້ສຳເລັດ

03

ການໃຫ້ບໍລິການທາງດ້ານການເງິນອື່ນໆ

OTHERS FINANCIAL SERVICES

ການປະເມີນມູນຄ່າຮຸ້ນ ຫຼື ກິດຈະການ

Business / Share Valuation

ວິເຄາະ ແລະ ປະເມີນມູນຄ່າຮຸ້ນ ຫຼື ກິດຈະການ ເພື່ອສະໜັບສະໜູນການຕັດສິນໃຈເຊິງກົນລະຍຸດ ແລະ ການເຈລະຈາຕໍ່ລອງ

ທີ່ປຶກສາການເງິນອິດສະຫຼະ

Independent Financial Advisor

ໃຫ້ຄຳແນະນຳຢ່າງອິດສະຫຼະແກ່ຜູ້ຖືຮຸ້ນຂອງບໍລິສັດຈົດທະບຽນ ຫຼື ບໍລິສັດມະຫາຊົນ

ສຶກສາຄວາມເປັນໄປໄດ້ຂອງໂຄງການ

Feasibility Study

ສຶກສາ ແລະ ວິເຄາະຄວາມເປັນໄປໄດ້ຂອງໂຄງການ ທັງດ້ານການເງິນ, ດ້ານຕະຫຼາດ ແລະ ການດຳເນີນງານ

ແຜນຟື້ນຟູກິດຈະການ

Reorganization Plan for Rehabilitation Company

ການຮ່ວມກັບບໍລິສັດຈົດທະບຽນໃນການເຮັດແຜນການດໍາເນີນງານ ເພື່ອແກ້ໄຂເຫດການຖືກເພິກຖອນ (ແຜນຟື້ນຟູກິດຈະການ) ເພື່ອສະເໜີຕໍ່ທີ່ປະຊຸມຜູ້ຖືຮຸ້ນຂອງບໍລິສັດຈົດທະບຽນ